ນະໂຍບາຍ ແລະ ຄວາມເປັນສ່ວນຕົວ

ນະໂຍບາຍຄວາມເປັນສ່ວນຕົວ application ແມ່ນຄວາມເຄົາລົບສິດ ແລະ ປົກປ້ອງຄວາມເປັນສ່ວນຕົວຂອງຜູ້ໃຊ້ທຸກຄທ່ານທີ່ໃຊ້ບໍລິການ ເພື່ອໃຫ້ບໍລິການທີ່ຖືກຕ້ອງ ແລະ ເປັນສ່ວນຕົວຫຼາຍຂື້ນ, application ຂອງພວກເຮົາຈະນຳເອົາຂໍ້ມູນຂອງທ່ານມາໃຊ້ງານ ແລະ ເປີດເຜີຍຂໍ້ມູນຄວາມເປັນສ່ວນຕົວຕາມນະໂຍບາຍ ແລະ ເງືອນໄຂຄວາມເປັນສ່ວນຕາມສະບັບນີ້. ເຖິ່ງຢ່າງໃດກໍຕາມຂໍ້ມູນຂອງທ່ານຈະຖືກປົກປ້ອງ ແລະ ຮັກສາເປັນຄວາມລັບຈະບໍ່ເປີດເຜີຍ ຫຼື ໃຫ້ຂໍ້ມູນແກ່ພາກສ່ວນທີ່ສາມເປັນເດັດຂາດ, application ຈະບໍ່ເປີດເຜີຍ ຫຼື ໃຫ້ຂໍ້ມູນແກ່ພາກສ່ວນທີ່ສາມໂດຍບໍ່ໄດ້ຮັບອານຸຍາດລ່ວງໜ້າຈາກທ່ານ. ນະໂຍບາຍສະບັບນີ້ອາດມີການປ່ຽນແປງຕາມການເວລາ ແລະ ສະພາບຕົວຈິງໃນອານາຄົດ, ເພາະສະນັ້ນທ່ານຄວນອ່ານນະໂຍບາຍ ແລະ ເງືອນໄຂຄວາມເປັນສ່ວນໃຫ້ລະອຽດເສຍກ່ອນ.

ຂອບເຂດການໃຊ້ງານ

a) ການເຂົ້າສູ່ລະບົບ application ເປັນແອັບທີ່ເກັບຂໍ້ມູນຜູ້ໃຊ້ລະບົບ ເຊິ່ງຜູ້ໃດກໍ່ຕາມທີ່ເຂົ້າມາໃຊ້ລະບົບໂດຍຈະເກັບກໍາຂໍ້ມູນສ່ວນຕົວພື້ນຖານຂອງທ່ານ. b) ແບບການເກັບກຳຂໍ້ມູນ application ຈະເກັບກໍາທັນທີເມືອທ່ານເຮັດກິດຈະກໍາໃນແອັບຂອງພວກເຮົາ ລວມທັງການເກັບກຳຂໍ້ມູນ browser, ຄອມພິວເຕີທີ່ທ່ານໃຊ້ງານ, ເລກ IP, ພາສາ, ວັນທີ, ເວລາ ແລະ ລວມທັງຈະເກັບກໍາຂໍ້ມູນ ຊອບແວ ແລະ ຮາດແວ ທີ່ທ່ານໃຊ້ງານ. c) application ຈະເກັບກຳຂໍ້ມູນສ່ວນຕົວຜ່ານຊ່ອງທາງຄູ່ຮ່ວມທຸລະກິດ, ຖືກຕ້ອງຕາມກົດໝາຍ ຄວາມເຂົ້າໃຈ ແລະ ຍອມຮັບ ຂໍ້ມູນຕໍ່ໄປນີ້ທີ່ບໍ່ຈັດຢູ່ໃນນະໂຍບາຍຄວາມເປັນສ່ວນຕົວ. a) ຂໍ້ມູນຄຳສັບທີ່ທ່ານປ້ອນເພື່ອຄົ້ນຫາ. b) ຂໍ້ມູນທີ່ທ່ານໂພດຢູ່ໃນແອັບ, ຮ່ວມກິດຈະກຳ, ການເຮັດທຸລະກຳ ແລະ ຂໍ້ມູນຄອມເມັນຕ່າງໆ c) ການກະທຳຂອງທ່ານທີ່ອາດເຮັດຜິດກົດໝາຍ ຫຼື ເງືອນໄຂຕ່າງໆຂອງ application 2. ການນຳໃຊ້ຂໍ້ມູນສ່ວນຕົວ a) ພວກເຮົາຈະເຮັດທຸກວິທີທາງເພື່ອປ້ອງກັນຂໍ້ມູນສ່ວນຕົວຂອງທ່ານບໍ່ໃຫ້ຮົ່ວໄຫຼໄປຍັງພາກສ່ວນທີ່ສາມ ບໍ່ວ່າຈະຮູບແບບໃດກໍຕາມໂດຍທີ່ບໍ່ໄດ້ຮັບອານຸຍາດຈາກທ່ານກ່ອນ. ຍົກເວັ້ນມີພາກສ່ວນທີ່ 3 ຈະຕິດຕໍ່ຫາທ່ານໂດຍກົງເພື່ອບໍລິການ. ຫຼັງຈາກຈົບການບໍລິການແລ້ວ ຂໍ້ມູນຂອງທ່ານກໍຈະຖືກປິດເປັນຄວາມຫຼັບຕໍ່ໄປ. b) App ຂອງພວກເຮົາຍັງບໍ່ອານຸຍາດໃຫ້ບຸກຄົນທີ່ 3 ນຳຂໍ້ມູນຂອງທ່ານໄປດັດແປງແກ້ໄຂ ຫຼື ນຳໄປເຜີຍແຜ່ ໂດຍບໍ່ໄດ້ຮັບອານຸຍາດເດັດຂາດ, ແລະ ລວມທັງບັນຊີຜູ້ໃຊ້ທ່ານໃດຫາກມີເຫດການທີ່ກ່າວມານັ້ນ ທາງ application ມີສິດທີ່ຈະລະງັບບັນຊີທັນທີ ຕາມນະໂຍບາຍ ແລະ ເງືອນໄຂການບໍລິການ. c) ຈຸດປະສົ່ງໃນການນຳໃຊ້ຂໍ້ມູນເພື່ອການບໍລິການໃຫ້ດີ ແລະ ວອງໄວຂື້ນ, ເພື່ອຕອບສະໜອງຂໍ້ມູນດ້ານການບໍລິການຄວາມສົນໃຈ ຫຼື ການໃຫ້ຂໍ້ມູນແກ່ຄູ່ຮ່ວມທຸລະກິດເພື່ອຕອບສະໜອງດ້ານຄວາມສົນໃຈ ແລະ ດ້ານການບໍລິການ (ຫຼື ຈຳເປັນ ຕ້ອງໄດ້ຮັບອານຸຍາດຈາກທ່ານກ່ອນ) 3. ການເປີດເຜີຍຂໍ້ມູນສ່ວນຕົວ ການເຜີຍແຜ່ຂໍ້ມູນຂອງທ່ານອາດຈະຖືກເປີດເຜີຍບາງສ່ວນ ຫຼື ທັງໝົດໃຫ້ກັບພາກສ່ວນທີ່ກ່ຽວຂ້ອງ ດັ່ງລຸ່ມນີ້ a) ທາງບໍລິສັດເຮົາຈະແຈ້ງ ແລະ ໄດ້ຮັບອານຸຍາດຈາກທ່ານກ່ອນທຸກຄັ້ງ ກ່ອນຈະເປີດເຜີຍໃຫ້ພາກສ່ວນທີ 3 b) ເພື່ອຕອບສະໜອງຄວາມສົນໃຈ ແລະ ການບໍລິການ, ຈຳເປັນຕ້ອງສະໜອງຂໍ້ມູນຂອງທ່ານໃຫ້ແກ່ພາກສ່ວນທີ່ 3. c) ຈະເປີດເຜີຍຂໍ້ມູນທ່ານ ເມື່ອມີຄຳຮອງຈາກພາກສ່ວນທີ່ກ່ຽວຂ້ອງ ຫຼື ພາກສ່ວນທາງກົດໝາຍ ຫຼື ສານ d) ພວກເຮົາຈຳເປັນຕ້ອງເປີດຂໍ້ມູນສ່ວນຕົວທ່ານໃຫ້ກັບພາກສ່ວນທີ່ 3 ກໍຕໍເມື່ອທ່ານເຮັດຜິດກົດລະບຽບຂອງ ສ ປ ປ ລາວ ຫຼື ຜິດນະໂຍບາຍ ແລະ ເງືອນໄຂການບໍລິການ. e) ທ່ານມີສິດທີ່ຈະຮຽກຮ້ອງ ຫຼື ຮ້ອງທຸກ ເພື່ອສະເໜີເປີດເຜີຍຂໍ້ມູນຜູ້ກະທຳຜິດ, ເພື່ອໃຫ້ 2 ຝ່າຍໄດ້ແກ້ໄຂບັນຫາ ຫຼື ແກ້ໄຂຂໍ້ຂັດແຍງຢ່າງສົມເຫດສົມຜົນ. f) ການເຮັດທຸລະກຳໃນແພດຟອມຂອງ APP,ຖ້າຫາກມີພາກສ່ວນທີ່ສາມ ຫຼື ຝ່າຍໃດຝ່າຍໜຶ່ງທີ່ປະຕິບັດເຮັດທຸລະກຳທີຜິດພາດ ແລະ ສະເໜີຂໍຂໍ້ມູນຜູ້ໃຊ້ບັນຊີ, ທາງພວກເຮົາມີສິດທີ່ຈະຕັດສິນໃຈສະໜອງຂໍ້ມູນການຕິດຕໍ່ ແລະ ອື່ນໆໃຫ້ແກ່ອີກຝ່າຍ ເພື່ອອຳໜ່ວຍຄວາມສະດວກ ແລະ ລະງັບຄວາມຜິດພາດທີ່ຈະເກີດຂື້ນ. g) ສ່ວນຂໍ້ກຳນົດຂອງ APP ອື່ນໆ ການເປີດເຜີຍຂໍ້ມູນສ່ວນຕົວ ແມ່ນອິງຕາມກົດໝາຍຄຸ່ມຄອງທາງສື່ອອນໄລ 4. ການເກັບກຳ ແລະ ດັດແປງຂໍ້ມູນ ການເກັບກຳແລະປ່ຽນແປງຂໍ້ມູນ ແມ່ນຈະຖືກເກັບກຳໄວ້ໃນ server ຫຼື ບໍລິສັດ ຜູ້ໃຫ້ບໍລິການ ເຊິ່ງຂໍ້ມູນດັ່ງກ່າວຍັງສາມາດສົ່ງໄປຍັງປະເທດ ຫຼື ຂອບເຂດຂອງທ່ານ 5. ການນຳໃຊ້ cookies a) ກໍລະນີຫາກທ່ານບໍ່ປະຕິເສດ ແລະ ຍອມຮັບການໃຊ້ cookies,APP ຈະນຳໃຊ້ cookies ຈາກຄອມພິວເຕີຂອງທ່ານ,ເພື່ອໃຫ້ທ່ານສາມາດເຂົ້າສູ່ລະບົບ ຫຼື ໃຊ້ບໍລິການຂອງ APP ພວກເຮົາ, ການໃຊ້ຄຸກກີ້ແມ່ນມີຄວາມລະອຽດປອດໄພ ແລະ ເປັນສ່ວນຕົວຫຼາຍຂື້ນ ເຊິ່ງລວມເຖິງບໍລິການສົ່ງເສີມດ້ານການຂາຍ. b) ທ່ານມີສິດທີ່ຈະຍອມຮັບ ແລະ ປະຕິເສດຄຸກກີ້ ໂດຍການເຂົ້າໄປຕັ້ງຄ້າໃນ ບລາວເຊີ ຂອງທ່ານ, ແຕ່ເຖິງຢ່າງໃດກໍຕາມຖ້າຫາກປະຕິເສດຄຸກກີ້ທ່ານອາດບໍ່ສາມາດເຂົ້າສູ່ລະບົບ ຫຼື ໃຊ້ບໍລິການໄດ້ ເພາະ APP ຈໍາເປັນຕ້ອງໃຊ້ຄຸກກີ້. c) ນະໂຍບາຍນີ້ຈະໃຊ້ໄດ້ກັບ ຂໍ້ມູນໂດຍຜ່ານ cookies ທີ່ກຳນົດໄວ້ໂດຍ APP ເທົ່ານັ້ນ. 6. ຄວາມປອດໄພ a) APP ຂອງພວກເຮົາມີລະບົບຮັກສາຄວາມປອດໄພ, ກະລຸນາເກັບຂໍ້ມູນ ຊື່ຜູ້ໃຊ້ ແລະ ລະຫັດຜ່ານຂອງທ່ານໄວ້, ລະບົບ APP ຈິງແນ່ໃຈວ່າຂໍ້ມູນທ່ານຈະບໍ່ສູນຫາຍ, ຖືກລະເມີດ ຫຼື ຖືກດັດແປງແກ້ໄຂລະຫັດຜ່ານຂອງຜູ້ໃຊ້ ແລະ ມາດຕະການຄວາມປອດໄພປອດອື່ນໆ. ເຖິງຈະມີລະບົບຄວາມປອດໄພດັ່ງກ່າວແຕ່ໃຫ້ຮູ້ວ່າ ບໍ່ມີລະບົບຄວາມປອດໄພໃດທີ່ສົມບູນແບບ. b) ເມື່ອທ່ານໃຊ້ບໍລິການ APP ຂອງພວກເຮົາສໍາຫຼັບທຸລະກໍາອອນໄລ ຂໍ້ມູນຂອງທ່ານຍັງອາດເປີດເຜີຍໄດ້ເຊັ່ນ: ຂໍ້ມູນຕິດຕໍ່ ຫຼື ສະຖານທີ່ຈັດສົ່ງ ແລະ ກະລຸນາຮັກສາຂໍ້ມູນສ່ວນຕົວໄວ້ໃຫ້ດີ ຫຼື ໃຫ້ໄດ້ສະເພາະຄົນຮູ້ຈັກເທົ່ານັ້ນ. ຫາກພົບວ່າຂໍ້ມູນຂອງທ່ານຖືກຮົ່ວໄຫລ ໂດຍສະເພາະຊື່ບັນຊີ ແລະ ລະຫັດຜ່ານ ກະລຸນາຕິດຕໍ່ຝ່າຍບໍລິການລູກຄ້າ APP ທັນທີ. ເພື່ອໃຫ້ APP ດໍາເນີນງານໄດ້ຢ່າງມີປະສິດທິພາບ.